Unitel Logistics ປະຕິເສດການຮັບສົ່ງສິນຄ້າທີ່ຢູ່ໃນບັນຊີຫ້າມຈຳໜ່າຍ, ຫ້າມດຳເນີນທຸລະກິດ, ຫ້າມນຳເຂົ້າ-ສົ່ງອອກ ຕາມລະບຽບປັດຈຸບັນ.
ກຸ່ມສິນຄ້າຕ້ອງຫ້າມປະກອບມີ: ຢາເສບຕິດ ແລະ ສານກະຕຸ້ນປະສາດ; ອາວຸດ, ກະສຸນ, ວັດຖຸລະເບີດ; ສື່ລາມົກ, ເອກະສານຕໍ່ຕ້ານ; ສານໄວໄຟ, ລະເບີດງ່າຍ, ສານກຳມັນຕະພາບລັງສີ, ສານກັດກ່ອນ.
ນອກຈາກນັ້ນ ບໍ່ຮັບ: ສັດທີ່ມີຊີວິດ; ເງິນສົດ ແລະ ເອກະສານມີຄ່າທຽບເທົ່າເງິນ; ໂລຫະມີຄ່າ, ເພັດພອຍ; ຖ່ານໄຟສາຍ, ແບັດເຕີຣີແຍກຕ່າງຫາກທີ່ບໍ່ມີຫີບຫໍ່ຈາກໂຮງງານ.
ກໍລະນີກວດພົບສິນຄ້າຕ້ອງຫ້າມພາຍຫຼັງຮັບເຂົ້າແລ້ວ, ເຄື່ອງດັ່ງກ່າວຈະຖືກກັກໄວ້ ແລະ ມອບໃຫ້ອົງການທີ່ກ່ຽວຂ້ອງ, ຜູ້ສົ່ງຕ້ອງຮັບຜິດຊອບທັງໝົດ.